Jump to content

ໜ້າຫຼັກ

ຈາກ ວິກິພີເດຍ
ວັນທີ 7 ມິຖຸນາ 2025 ເວລາ 18:55 (UTC)
(ອັບເດດ)
ຍິນດີຕ້ອນຮັບສູ່ວິກິພີເດຍ
ສາລານຸກົມເສລີທີ່ທຸກຄົນດັດແກ້ໄດ້
ວິກິພີເດຍພາສາລາວມີ 5,004 ບົດຄວາມ

ບົດຄວາມດີເດັ່ນ

ລາວ ຫຼື ຊື່ທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຕົວຫຍໍ້: ສປປ ລາວ) ເປັນປະເທດໃນອາຊີຕາເວັນອອກສຽງໃຕ້ ຢູ່ ໃຈກາງຂອງແຫຼມອິນດູຈີນ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ເປັນປະເທດດຽວໃນອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີຊາຍແດນອອກສູ່ທະເລ ເຊິ່ງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ (ອ່ານ​ຕື່ມ...)

ຊີ້ແຈ້ງ

ສະບາຍດີຜູ້ໃຊ້ວິກິພີເດຍຊາວລາວ ແລະ ຕ່າງຊາດທັງຫຼາຍທີ່ໄດ້ຜ່ານທາງມາເບິ່ງວິກິພີເດຍພາສາລາວແຫ່ງນີ້ ຂ້າພະເຈົ້າເຊິ່ງເປັນຜູ່ດູແລລະບົບໃນຂະນະນີ້ ຂໍຊີ້ແຈ້ງໃຫ້ທຸກທ່ານຊາບວ່າ ປັດຈຸບັນນີ້ວິກິພີເດຍພາສາລາວຍັງຄົງຢູ່ໃນສະພາບທີ່ດ້ອຍພັດທະນາ ຫຼື ກໍຄືຍັງບໍ່ມີຄຸນນະພາບດີຫຼາຍເທົ່າທີ່ຄວນ ອັນເປັນຈາກບັນຫາທີ່ກຳລັງປະສົບໃນຂະນະນີ້ເຊັ່ນ: ບົດຄວາມນ້ອຍ, ການມີສ່ວນຮ່ວມນ້ອຍ ແລະ ຄຸນນະພາບຂອງບົດຄວາມຕໍ່າຫຼາຍ. ສະນັ້ນ ຫາກວ່າທ່ານສະດວກກໍສາມາດຊ່ວຍພັດທະນາວິກິພີເດຍແຫ່ງນີ້ໄດ້ເດີ

ບໍ່ວ່າຈະຂຽນບົດຄວາມໃໝ່ ດັດແກ້ເສີມເຕີມແຕ່ງບົດຄວາມທີ່ມີເນື້ອຫານ້ອຍຢູ່ແລ້ວໃຫ້ຫຼາຍຂຶ້ນກວ່າເກົ່າ ພາກັນເຂົ້າຮ່ວມຊ່ວຍກັນສ້າງສາວິກິພີເດຍແຫ່ງນີ້ໃຫ້ມີຄຸນນະພາບສາມາດທັດທຽມກັບແຫຼ່ງອື່ນໆໄດ້!

ປະກາດ

  • ຍັງບໍ່ມີປະກາດໃນຂະນະນີ້

ຮູບພາບແນະນຳ


ແມ່ຍິງລາວພວມນຸ່ງສິ້ນ.